WhatsApp AI Server — ພະນັກງານ AI ຕອບແຊັດ
ລະບົບຕອບແຊັດອັດຕະໂນມັດ

WhatsApp AI Server — ພະນັກງານ AI ຕອບແຊັດ

ພະນັກງານ AI ຕອບລູກຄ້າ WhatsApp ໃຫ້ທ່ານ 24 ຊົ່ວໂມງ — ບໍ່ຕ້ອງເປີດ Chrome, ບໍ່ຕ້ອງເຝົ້າ

ພ້ອມໃຊ້ມີຄ່າບໍລິການ Windows (one-click) ຫຼື VPS / Linux
ລິ້ງດາວໂຫຼດ ຈະມາໃນໄວໆນີ້

ຕິດຕໍ່ WinCCDev ເພື່ອຂໍ ຫຼື ທົດລອງໃຊ້

ທັກ WhatsApp ຂໍໃຊ້ງານ
ຕອບ 24 ຊົ່ວໂມງ
Dashboard 4 ພາສາ
ຫຼາຍບັນຊີ ເຄື່ອງດຽວ

ນີ້ຄືຫຍັງ

ມັນຄືພະນັກງານຕອບແຊັດ AI ທີ່ເຮັດວຽກ 24 ຊົ່ວໂມງເທິງ PC ຫຼື VPS ຂອງທ່ານ. ມັນອ່ານຂໍ້ຄວາມ WhatsApp (ໂຕໜັງສື, ສຽງ, ຮູບ) ແລ້ວຕອບລູກຄ້າໃຫ້ເອງດ້ວຍ AI ທີ່ຮູ້ຈັກທຸລະກິດຂອງທ່ານ — ຄືກັບຈ້າງພະນັກງານ 1 ຄົນທີ່ບໍ່ນອນ ບໍ່ລາພັກ.

ພາບໜ້າຈໍຈິງ

ໜ້າເຊື່ອມຕໍ່ — ສະແກນ QR ຜູກເບີ WhatsApp + ເປີດ/ປິດ ຕອບອັດຕະໂນມັດ
ໜ້າຕັ້ງຄ່າ — ຕັ້ງ persona ແລະ ພຶດຕິກຳຂອງ AI
ຄັງຄວາມຮູ້ — ໃສ່ຂໍ້ມູນທຸລະກິດໃຫ້ AI ຕອບໄດ້ຖືກ
ລູກຄ້າ — ເບິ່ງ ແລະ ຈັດການ contact ທັງໝົດ
ສົ່ງ bulk — ສົ່ງຂໍ້ຄວາມຫາຫຼາຍຄົນ ພ້ອມ pacing ກັນ ban

ເຮັດວຽກແນວໃດ

1. ເຊື່ອມຕໍ່

ສະແກນ QR ໜຶ່ງເທື່ອ ເພື່ອຜູກເບີ WhatsApp ຂອງທ່ານກັບ Server

2. ສອນ AI

ຕັ້ງ persona ແລະ ໃສ່ຄວາມຮູ້ທຸລະກິດ (ລາຄາ, ສິນຄ້າ, ຄຳຖາມ-ຕອບ) ໃນ Dashboard

3. ລູກຄ້າທັກ

ລູກຄ້າສົ່ງຂໍ້ຄວາມ (ໂຕໜັງສື, ສຽງ, ຮູບ) ມາ — Server ອ່ານ ແລະ ເຂົ້າໃຈໄດ້ໝົດ

4. AI ຕອບເອງ

AI ຕອບທັນທີ 24 ຊົ່ວໂມງ, ຈື່ລູກຄ້າ, ແລະ ຖາມເຈົ້າຂອງເມື່ອບໍ່ຮູ້

ແກ້ບັນຫາຫຍັງ

ຮ້ານຄ້າຕອບແຊັດລູກຄ້າບໍ່ທັນ ໂດຍສະເພາະຕອນກາງຄືນ ຫຼື ຕອນຄົນເຍີ້ຍ — ລູກຄ້າລໍຖ້າດົນແລ້ວໜີໄປຮ້ານອື່ນ. ການຈ້າງຄົນມານັ່ງຕອບ 24 ຊົ່ວໂມງກໍແພງ.

ດີແນວໃດ

ບໍ່ພາດລູກຄ້າ — ຕອບທັນທີ 24 ຊົ່ວໂມງ ເຖິງແມ່ນຕອນທ່ານນອນ
ຕອບຄືຄົນທີ່ຮູ້ຈັກສິນຄ້າ — ຈື່ລູກຄ້າແຕ່ລະຄົນ ແລະ ຮຽນຮູ້ຈາກເຈົ້າຂອງໄດ້
ປະຢັດຄ່າຈ້າງ — ພະນັກງານ AI 1 ຄົນ ແທນຄົນຕອບແຊັດຫຼາຍຄົນ
ຂາຍຕໍ່ໄດ້ — ຕິດຕັ້ງໃຫ້ລູກຄ້າແຕ່ລະທຸລະກິດ (white-label)

ເຮັດຫຍັງໄດ້ແດ່

  • ຕອບອັດຕະໂນມັດ 24 ຊົ່ວໂມງ + ຈື່ບົດສົນທະນາລູກຄ້າແຕ່ລະຄົນ (RAG ຄັງຄວາມຮູ້)
  • ເຂົ້າໃຈຂໍ້ຄວາມສຽງ ແລະ ຮູບພາບ (ຖອດສຽງ + ວິເຄາະຮູບ)
  • Dashboard ເວັບ 4 ພາສາ (ລາວ/ໄທ/ຈີນ/ອັງກິດ) — ຕັ້ງ persona, ແກ້ຄັງຄວາມຮູ້
  • ຮອງຮັບຫຼາຍບັນຊີ WhatsApp ພ້ອມກັນເທິງເຄື່ອງດຽວ
  • Loop ຮຽນຮູ້ຈາກເຈົ້າຂອງ — ບອດຖາມ, ຈື່ຄຳຕອບ, ແລ້ວຕອບລູກຄ້າ
  • ສົ່ງຂໍ້ຄວາມ bulk ພ້ອມ pacing ກັນ ban + ຕົວຕິດຕັ້ງ one-click

ໃຊ້ຈິງແນວໃດ

1ຮ້ານຄ້າອອນລາຍ: ຕອບຄຳຖາມລາຄາ/ສ່ົງເຄື່ອງ ແລະ ປິດການຂາຍຕອນກາງຄືນ
2ຄລີນິກ/ຮ້ານບໍລິການ: ຮັບນັດ ແລະ ຕອບຄຳຖາມທົ່ວໄປ ໂດຍບໍ່ຕ້ອງມີ admin
3ຕົວແທນຂາຍ: ຕັ້ງ AI ໃຫ້ລູກຄ້າແຕ່ລະທຸລະກິດ ແລ້ວເກັບຄ່າ license ລາຍເດືອນ

ເທັກໂນໂລຈີ

Node.jsTypeScriptBaileysSQLiteExpressLocal RAGOpenRouterCloudflare Tunnel

ຄຳຖາມທີ່ພົບເລື້ອຍ

ເປັນສິນຄ້າແບບເສຍເງິນ (ມີ license). ຕິດຕໍ່ພວກເຮົາເພື່ອຂໍລາຄາ ແລະ ຂໍ້ຕົກລົງທົດລອງໃຊ້.

ສົນໃຈຜະລິດຕະພັນນີ້?

ທັກຫາ WinCCDev ໄດ້ເລີຍ ປຶກສາຟຣີ

ທັກ WhatsApp ຂໍໃຊ້ງານ